(ພາບ: THX/TTXVN)
ວັນທີ 03 ພະຈິກ, ການນຳພັກຝ່າຍຄ້ານ ອິດສະຣາແອັນ ເປັນເອກະພາບແຕ່ງຕັ້ງທ່ານ Gadi Eisenkot, ປະທານພັກ Yashar, ເປັນຜູ້ມະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ແລະ ສະເໜີທ່ານ Isaac Herzog, ປະທານາທິບໍດີ ມອບໜ້າທີ່ສ້າງຕັ້ງລັດຖະບານໃໝ່ໃຫ້ທ່ານ. ພ້ອມກັນນັ້ນ, ບັນດາພັກນີ້ໄດ້ໃຫ້ຄຳໝັ້ນສັນຍາຈະສ້າງຕັ້ງ "ລັດຖະບານສຸກເສີນແຫ່ງຊາດ" ຢ່າງວ່ອງໄວ ເພື່ອປ່ຽນແທນລັດຖະບານໃນປະຈຸບັນຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu.
ຂໍ້ຕົກລົງດັ່ງກ່າວບັນລຸໄດ້ທີ່ກອງປະຊຸມລວມຂອງການນຳບັນດາຝ່າຍຄ້ານຢູ່ນະຄອນ Herzliya, ອິດສະຣາແອັນ, ກ່ອນທີ່ການປຶກສາກັບທ່ານປະທານາທິບໍດີ Herzog ເລີ່ມຕົ້ນໃນວັນທີ 04 ພະຈິກ. ໃນຖະແຫຼງການຮ່ວມ, ບັນດາການນຳໄດ້ຢືນຢັນຄຳໝັ້ນສັນຍາທີ່ຈະເຄົາລົບການມອບສິດຂອງຜູ້ມີສິດເລືອກຕັ້ງກ່ຽວກັບການປ່ຽນລັດຖະບານ.
