(ພາບ: REUTERS/Shir Torem)
ວັນທີ 2 ພະຈິກ, ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Avigdor Liberman, ການນຳພັກ Yisrael Beytenu ຮັບວ່າ ພັກ Yisrael Beytenu ຈະສະເໜີ ທ່ານ Gadi Eisenkot ເປັນນາຍົກລັດຖະມົນຕີ, ເພື່ອປ່ຽນແທນ ທ່ານນາຍົກລັດຖະມົນຕີ Benjamin Netanyahu. ພ້ອມທັງ, ສະເໜີໃຫ້ ທ່ານ Yair Lapid, ການນຳພັກ Yesh Atid ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ (Knesset). ທ່ານ Liberman ກໍ່ໃຫ້ຮູ້ວ່າ: ບັນດາພັກຝ່າຍຄ້ານຈະດຳເນີນການເກັບລາຍເຊັນໃນອາດທິດໜ້າ ເພື່ອແນໃສ່ປ່ຽນແທນປະທານສະພາແຫ່ງຊາດຄົນປະຈຸບັນແມ່ນທ່ານ Amir Ohana. ຕາມທ່ານ Liberman ແລ້ວ, ເລື່ອງປ່ຽນແທນທ່ານ Ohana ມີຄວາມໝາຍສຳຄັນເພື່ອແນໃສ່ຟື້ນຟູການເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ຊຸກຍູ້ດຳເນີນການເລືອກຕັ້ງປະທານອົງການກວດສອບແຫ່ງລັດ.
