(ພາບ: The War Zone)
ໃນນັ້ນ, ການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ເຂົ້າໃສ່ເຮືອນແຫ່ງໜຶ່ງຢູ່ເທດສະບານ Al – Zawayda, ຢູ່ໃຈກາງເຂດ ກາຊາ, ເຮັດໃຫ້ 2 ຄົນເສຍຊີວິດ, ໃນນັ້ນມີເດັກຊາຍອາຍຸ 4 ປີ, ພ້ອມນັ້ນ, ຢ່າງໜ້ອຍສຸດມີ 5 ຄົນຖືກບາດເຈັບ. ການບຸກໂຈມຕີອື່ນອີກເລັ່ງໃສ່ຄ້າຍລີ້ໄພ Nuseirat ໃກ້ໆນັ້ນ ກໍ່ເຮັດໃຫ້ 1 ຄົນເສຍຊີວິດ.
ນັບແຕ່ເວລາຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ມີຜົນສັກສິດໃນເດືອນ ຕຸລາ 2025, ອິດສະຣາແອນ ໄດ້ດຳເນີນການ ບຸກໂຈມຕີຄັ້ງຕ່າງໆໃນທົ່ວເຂດ ກາຊາ, ເຮັດໃຫ້ຊາວ ປາແລດສະຕິນ ກວ່າ 1.280 ຄົນເສຍຊີວິດ. ສ່ວນນັບແຕ່ຕົ້ນການປະທະກັນ, ຈຳນວນຊາວ ປາແລດສະຕິນ ເສຍຊີວິດ ໄດ້ຂຶ້ນເຖິງກວ່າ 73.400 ຄົນ.
ນັກຂ່າວ VOV ປະຈຳ ອີຢິບ
