ທ່ານປະທານາທິບໍດີ Sergio Mattarella (ພາບ: ansa.it) |
ທ່ານປະທານາທິບໍດີ Sergio Mattarella ຢັ້ງຢືນວ່າ ບັນດາປະເທດ ຢູ່ໂດດດ່ຽວຈະບໍ່ສາມາດຮັບມືກັບວິກິດການໄດ້ ແລະ ໃນຄວາມມານະພະຍາຍາມຫຼຸດພົ້ນອອກຈາກການເອື່ອຍອີງໃສ່ແຫຼ່ງພະລັງງານຂອງ ລັດເຊຍ, ເອີຣົບ ຕ້ອງປະຕິບັດບາດກ້າວເດີນຢ່າງກະໂດດກ່ຽວກັບຄວາມຕັດສິນໃຈດ້ານການເມືອງ, ການເຊື່ອມໂຍງ ແລະ ປ່ຽນແປງໃໝ່. ສະຫະພາບເອີຣົບ ແມ່ນປັດໄຈສຳຄັນໜຶ່ງດຽວທີ່ສາມາດຊ່ວຍຫຼຸດຜ່ອນລາຄາພະລັງງານ, ໜູນຊ່ວຍການເຄື່ອນໄຫວຜະລິດ, ຮັບປະກັບການບໍລິການຕ່າງໆໃຫ້ແກ່ປະຊາຊົນ.
ເວທີປາໄສ Eurpean House – Ambrosetti ແມ່ນເຫດການຈັດຂຶ້ນປະຈຳປີ ແຕ່ປີ 1975, ເຕົ້າໂຮມບັນດາປະມຸກລັດ ແລະ ການນຳລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງ ແລະ ການນຳວິສາຫະກິດເອີຣົບ ເພື່ອປຶກສາຫາລືກ່ຽວກັບສິ່ງທ້າທາຍທົ່ວໂລກໃນອະນາຄົດ. ເວທີປາໄສປີນີ້ ດຳເນີນແຕ່ວັນທີ 2 ກັນຍາ ຫາວັນທີ 4 ກັນຍາ.

