ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ (ພາບ: IRNA/TTXVN)

ທ່ານ Zarif ໄດ້ຍົກອອກບັນດາຄວາມຄິດເຫັນຢູ່ ແຟງລັງ ພາຍຫຼັງ ການພົບປະເຈລະຈາ ກັບທ່ານ Pekka Haavisto ລັດຖະມົນຕີການຕ່າງປະເທດ ແຟງລັງ, ໂດຍເປັນຜູ້ທີ່ຢັ້ງຢືນວ່າ ທະວີບເອີລົບ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການກະທຳຮວມຮອບດ້ານ (JCPOA).

ເມື່ອເຕື້ອງເຖິງເລື່ອງ Gibraltar ກັກກ່ຳປັ່ນຂົນສົ່ງນ້ຳມັນດິບ Adrian Darya 1, ທ່ານ Zarif ຖືວ່າການກັກກ່ຳປັ່ນຂົນສົ່ງນ້ຳມັນດິບຂອງປະເທດນີ້ແມ່ນຜິດກົດໝາຍ. ພ້ອມທັງກ່າວຫາຄຳສັ່ງກັກກ່ຳປັ່ນຂອງ ອາເມລິກາ ຕໍ່ກັບກ່ຳປັ່ນນີ້ແມ່ນມີຈຸດປະສົງດ້ານການເມືອງ.