ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian (ພາບ: AFP/TTXVN)

ກ່າວຄຳຫັນທີ່ການເຈລະຈາທາງໂທລະສັບ ກັບຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພາບ ເອີລົບ (EU) Joseph Borrell, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian, ເນັ້ນໜັກວ່າ ການຄັດເລືອກທີ່ເດັດດ່ຽວຂອງອີຣານ ແມ່ບໍ່ກາຍເສັ້ນແດງ” ໃນການເຈລະຈາເຊື່ອມຕໍ່ຂໍ້ຕົກລົງນິວເຄຍ 2015, ເຊິ່ງຍັງໄດ້ເອີ້ນວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA).

ສ່ວນທ່ານ Joseph Borrell ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງທຸກຝ່າຍທີ່ເຂົ້າຮ່ວມການເຈລະຈາ, ພ້ອມທັງເນັ້ນໜັກວ່າ ການເຈລະຈາຢູ່ວຽນນາ ບັນລຸເຖິງຂັ້ນຕອນສຳຄັນ ແລະ ທຸກຝ່າຍຄວຍົກອອກຂໍ້ຕົກລົງທີ່ເຂັ້ມງວດ.