ທ່ານ Majid Takht Ravanchi ເອກອັກຄະລັດຖະທູດ ອີີຣານປະຈຳ ສປຊ (ພາບ: Tehran Times/TTXVN)

ທ່ານ Majid Takht Ravanchi ຊີ້ແຈ້ງວ່າ ສປຊມີຄວາມຜິດພາດເມື່ອເຊື່ອໝັ້ນວ່າ ວໍຊິງຕັນຍັງມີສິດຟື້ນຟູບັນດາມາດຕະການລົງໂທດທີ່ແນໃສ່ ເຕເຮຣານຕາມມະຕິເລກທີ 2231ຂອງ ສະພາຄວາມໝັ້ນຄົງ ສປຊ.

ຕາມມະຕິ ເລກທີ 2231, ຄຳສັ່ງຂວໍ້າບາດດ້ານອາວຸດສຳລັບອີຣານຈະຖືກຍົກເລີກໃນເດືອນຕຸລາ ປີ 2020. ເຖິງຢ່າງໃດກໍ່ຕາມ, ອາເມລິກາໃຫ້ຮູ້ວ່າ ປະເທດນີ້ພວມຊັ່ງຊາທຸກໆຄວາມອາດສະມາດ ເພື່ອແນໃສ່ຟື້ນຟູຄຳສັ່ງດັ່ງກ່າວຂອງສະພາຄວາມໝັ້ນຄົງ ສປຊ, ຕາມນັ້ນແລ້ວຫ້າມຂາຍອາວຸດທົ່ວໄປໃຫ້ແກ່ອີຣານ.