ຖະ​ແຫຼງ​ການ​ຊີ້​ແຈ້ງວ່າ ອີ​ຣານ ຈະ​ດຳ​ເນີນ​ການ​ໂຕ້​ຕອບ​ຢ່າງ​ດຸ​ເດືອດ ແລະຮ້າຍ​ແຮງກວ່າ, ຖ້າ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ເກາະ​ຜິດ​ຢູ່ ລີ​ບັງ. ພາຍຫຼັງ​​ການຖະ​ແຫຼງ​​ຂອງ ອີ​ຣານ, ສື່ມວນ​ຊົນ ອິດ​ສະ​ຣາ​ແອັນ ໃຫ້​ຮູ້​ວ່າ ອິດ​ສະ​ຣາ​ແອັນ ໄດ້​ຕົກ​ລົງ​ຢຸດ​ຕິ​ຊົ່ວ​ຄາວ​ການ​ບຸກ​ໂຈມ​ຕີ​ຕ້ານ​ ອີ​ຣານ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ຕາມ​ຂໍ້​ສ​ະ​ເໜີ​ຂອງ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຫຼ່ງ​ຂ່າວ​ກໍ​ຢັ້ງ​ຢືນ​ວ່າ ອິດ​ສະ​ຣາ​ແອັນ ຈະ​ບໍ່​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຕ້ານ​ຄືນ​ກຳ​ລັງ ເຮັກ​ໂບ​ລາ ຢູ່​ເຂດ​ພາກ​ໃຕ້ ລີ​ບັງ.

ກ່ອນ​ໜ້າ​ນັ້ນ, ສື່ມວນ​ຊົນ ອິດ​ສະ​ຣາ​ແອັນ ໃຫ້​ຮູ້​ວ່າ ຕອນ​ບ່າຍ​ວັນ​ທີ 08 ມິ​ຖຸ​ນາ, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ທ່ານ Benjamin Netayanhu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໄດ້​ດຳ​ເນີນ​ການ​​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ, ປຶກ​ສາ​ຫາ​ລື​​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​​ເຖິງການ​ປະ​ທະ​ກັນ​ກັບ ອີ​ຣານ ແລະ ຢູ່ ລີ​ບັງ.

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ ແລະ ອາ​ເມ​ລິ​ກາ