(ພາບປະກອບ: AFP/TTXVN)

ວັນທີ 30 ພຶດສະພາ, ອົງການເລືອກຕັ້ງອີຣານ ໄດ້ເລີ່ມເປີດປະຕູຮັບຄຳຮ້ອງຈົດທະບຽນຜູ້ສະໝັກຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ ຄົນທີ 14 ທີ່ໄດ້ດຳເນີນຈະຈັດຂຶ້ນຢູ່ປະເທດນີ້ ຫັໃນ 1 ເດືອນຈະມາເຖິງ. ຕາມສື່ມວນຊົນ ອີຣານແລ້ວ, ວິວັດການຈົດທະບຽນ ຜູ້ສະໝັກຮັບເລືອກຕັ້ງ ດຳລົງຕຳແໜ່ງ ປະທານາທິບໍດີ ຈະແກ່ຍາວໃນເວລາ 5 ວັນ. 1 ໃນບັນດາເງື່ອນໄຂທີ່ບັນດາຜູ້ສະໝັກຮັບເລືອກຕັ້ງຕ້ອງມີນັ້ນແມ່ນຢູ່ໃນເກນອາຍຸແຕ່ 40 - 70 ປີ.

ແຈ້ງການຫຼ້າສຸດຂອງ ອົງການເລືອກຕັ້ງ ອີຣານ ໃຫ້ຮູ້ວ່າ ຮອດຕອນແລງຂອງວັນດຽວກັນ, ມີຜູ້ສະໝັກຮັບເລືອກຕັ້ງ 3 ຄົນ ມາຈົດທະບຽນເຂົ້າຮ່ວມການເລືອກຕັ້ງ ການນຳຄົນໃໝ່ຂອງປະເທດນີ້ ແທນ ໃນທ່ານປະທານາທິບໍດີ Ebrahim Raisi ເຊິ່ງເສຍຊີວິດໃນເຫດອຸບັດຕິເຫດ ເຮີລີກອບເຕີຕົກ ໃນວັນທີ 19 ພຶດສະພາ. ເຖິງຢ່າງໃດກໍຕາມ, ຊື່ຂອງຜູ້ສະໝັກຮັບເລືອກຕັ້ງຍັງບໍ່ທັນໄດ້ຮັບການເປີດເຜີຍເທື່ອ.