ວັນທີ 9 ກັນຍາ, ກຳລັງພິທັກປະຕິວັດ ອິດສະລາມ ອີຣານ (IRGC) ໄດ້ປະກາດ ເຂດຫ້າມໃໝ່ຢູ່ນອກຊ່ອງແຄບທະເລ Hormuz ຈະປົກຄຸມສ່ວນໜຶ່ງຂອງອ່າວໂອມານ ແລະ ອອກໄປໄກກ່ວາອີກ, ພ້ອມທັງໃຫ້ຮູ້ວ່າຈະປະກາດ ຈຸດພິກັດຊັດເຈນໃນຕາມຫຼັງ. ຕາມປະກາດຂອງ IRCG ແລ້ວ, ເຂດຫ້າມໃໝ່ຈະເລີ່ມແຕ່ທາງທິດ Chabahar, ປົກຄຸມສ່ວນໜຶ່ງຂອງເຂດອ່າວໂອມານ ແລະ ສ່ວນໜຶ່ງຂອງທະເລ ອາຣັບ, ລຽບຕາມເສັ້ນທາງພາໄປເຖິງຊ່ອງແຄບທະເລ Hormuz. ກ່ອນໜ້ານັ້ນ ວັນທີ 7 ກັນຍາ, ທ່ານ Mohsen Rezaei ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ປະກາດກ່ຽວກັບການສ້າງຕັ້ງເຂດຫ້າມໃນສ່ວນໜຶ່ງຂອງເຂດອ່າວເປີເຊຍ, ເຂດຫ້າມນີ້ລວມມີ ຊ່ອງແຄບທະເລ Hormuz.
