ນີ້ແມ່ນຄຳຖະແຫຼງຂອງທ່ານ Mohammad Akraminia ໂຄສົກກອງທັບ ອີຣານ ທີ່ຍົກອອກມາໃນຊ່ອງໂທລະພາບແຫ່ງລັດ ອີຣານ ເມື່ອວັນທີ 23 ກໍລະກົດ, ໃນສະພາບກອງທັບ ອາເມລິກາ ພວມຍູ້ແຮງບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ ອີຣານ ເປັນມື້ທີ 12 ຕິດຕໍ່ກັນ.
ວັນທີ 23 ກໍລະກົດ, ເປັນຄັ້ງທຳອິດ, ທີ່ກຳລັງ ອາເມລິກາ ຜັນຂະຫຍາຍເຮືອບິນຖີ້ມລະເບີດຍຸດທະສາດ B-1 ເຂົ້າຮ່ວມບັ້ນບຸກໂຈມຕີນັບຮ້ອຍເປົ້າໝາຍແຕກຕ່າງກັນໃນທົ່ວປະເທດ ອີຣານ. ບົດລາຍງານສາທາລະນະສຸກຂອງ ອີຣານ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 2 ຄົນ ແລະ ປະມານ 10 ຄົນຖືກຮັບບາດເຈັບ. ກ່ອນໜ້ານັ້ນ, ເຕເຮຣານ ກໍກ່າວຫາກອງທັບ ອາເມລິກາ ໄດ້ບຸກໂຈມຕີ ແລະ ມ້າງເພທຳລາຍຫຼາຍກິດຈະກຳພົນລະເຮືອນທີ່ສຳຄັນ.
ສ່ວນ ໃນສື່ສັງຄົມອອນໄລ Truth Social, ວັນທີ 23 ກໍລະກົດ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ຖ້າກຳລັງ Houthi ຍັງຄົງສືບຕໍ່ບຸກໂຈມຕີບັນດາກ່ຳປັ່ນໃນທະເລແດງນັ້ນ, ວໍຊິງຕັນ ຈະກຳນົດ ເຕເຮຣານເປັນຜູ້ຕ້ອງຮັບຜິດຊອບໂດຍກົງ.
ນັກຂ່າວ VOV ປະຈຳ ອາເມລິກາ, ອີຢິບ
