ຄຳ​ກ່າວ​ເຕືອນ​ໂດຍ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ​ຍົກ​ອອກ​ໃນ​ວັນ​ທີ 6 ກໍ​ລະ​ກົດ, ພາຍຫຼັງ​ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ນາບ​ຂູ່​ຈະ​ບຸກ​ໂຈມ​ຕີ​​ອີຣານ ຄືນໃໝ່, ຖ້າ​ເຕ​ເຮ​ຣານ ບໍ່​ກ້າວ​ໄປ​ສູ່​ຂໍ້​ຕົກ​ລົງ​ກັບ ວໍ​ຊິງ​ຕັນ.​ ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ​ໄດ້ຫຼຸດ​ລົງ​ໃນ​ຊຸມ​ວັນ​ຜ່ານ​ມາ, ໃນ​ສະ​ພາບ​ການ​ອີ​ຣານ ຈັດ​ວາງ​ພິ​ທີ​ງານ​ສົບ​ລະ​ດັບ​ຊາດ​ທີ່​ແກ່​ຍາວ​ແຕ່​ວັນ​ທີ 4 – 9 ກໍ​ລະ​ກົດ ໃຫ້​ການ​ນຳ​ສູງ​ສຸດ Ali Khamene, ເຊິ່ງ​ແມ່ນຜູ້​ຖືກ​ຂ້າ​ຕາຍໃນ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອນ ເລັ່ງ​ໃສ່​ນະ​ຄອນຫຼວງ ເຕ​ເຮ​ຣານ ຂອງ ອີຣານ ໃນ​ວັນ​ທີ 28 ກຸມ​ພາ.