ແຈ້ງການຂອງກະຊວງການຕ່າງປະເທດ ອີຣານ ຢັ້ງຢືນບັນດາຂັ້ນຕອນກະກຽມໃຫ້ແກ່ການເຈລະຈາກັບ ອາເມລິກ ພວມໄດ້ດຳເນີນຢ່າງຮີບດ່ວນ ແລະ ການເຈລະຈາອາດຈະເກີດຂຶ້ນໃນຊຸມວັນຈະມາເຖິງ. ທ່ານ Esmaeil Baqaei, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ເນັ້ນໜັກວ່າ ການເຈລະຈາບໍ່ອາດເລື່ອນເວລາໄປອີກແລ້ວ, ເພາະວ່າ ອາເມລິກາ ແລະ ອີຣານ ໄດ້ລົງນາມໃນຂໍ້ຕົກລົງເບື້ອງຕົ້ນ ມຸ່ງໄປເຖິງການຢຸດຕິການປະທະກັນລະຫວ່າງສອງຝ່າຍທີ່ແກ່ຍາວເກືອບ 4 ເດືອນຜ່ານມາແລ້ວ. ພ້ອມດຽວກັນນັ້ນ ທ່ານກໍຮຽກຮ້ອງໃຫ້ ອາເມລິກາ ສະກັດກັ້ນ ອິດສະຣາແອັນ ທຳລາຍສັນຕິພາບ.
ກໍໃນວັນດຽວກັນ, ອົງການຄຸ້ມຄອງການເດີນເຮືອ ອີຣານ ແຈ້ງໃຫ້ຊາບວ່າ ກ່ຳປັ່ນລຳຕ່າງໆທີ່ຢາກໄປຜ່ານຊ່ອງແຄບທະເລ Hormuz ຕ້ອງສະເໜີກ່ອນ 48 ຊົ່ວໂມງ. ເລື່ອງນີ້ແນໃສ່ຫຼີກລ້ຽງສະພາບແອອັດຢູ່ຊ່ອງແຄບທະເລ Hormuz ຕາມທັງສອງທິດ, ຮັບປະກັນການຈະລາຈອນຢ່າງລຸລ່ວງໃນເສັ້ນທາງຂົນສົ່ງດັ່ງກ່າວ.
ບາທີ, ນັກຂ່າວ VOV ປະຈຳ ອີຢິບ
