ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian (ພາບ:iranprimer.usip.org)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ມົດສະກູ ພາຍຫຼັງການພົບປະກັບຄູ່ຮ່ວມຕຳແໜ່ງລັດເຊຍ ທ່ານ Sergei Lavrov, ທ່ານ Hossein Amir-Abdollahian ໄດ້ຊີ້ແຈ້ງວ່າ, ເຕເຮຣານ ໄດ້ຮັບສັນຍານຈາກ ອາເມລິກາ ເຊິ່ງແມ່ນປະເທດຖອນຕົວອອກຈາກ ຂໍ້ຕົກລົງ JCPOA ພາຍໃຕ້ອຳນາດການປົກຄອງທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump - ເຊິ່ງອີກຄັ້ງໜຶ່ງ ທ່ານໄດ້ມີຄວາມສົນໃຈຕໍ່ການປະຕິບັດຂໍ້ຕົກລົງນີ້.

ກ່ອນໜ້ານັ້ນໃນວັນດຽວກັນ, ຕາມຂໍ້ສະເໜີຂອງ ວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ໄດ້ເຈລະຈາທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ປຶກສາຫາລື ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍຄືນໃໝ່. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ການເຈລະຈາ “ຄວນໄດ້ຮັບການເຊື່ອມຕໍ່ຍິ່ງໄວກໍ່ຍິ່ງດີ”, ພ້ອມທັງ ຮຽກຮ້ອງໃຫ້ ອາເມລິກາ ກັບຄືນສູ່ການປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງ JCPOA.