ພ້ອມ​ດຽວ​ກັນ​ນັ້ນ, ​ກໍ່ຮຽກ​ຮ້ອງ ອາ​ເມ​ລິ​ກາ ຖອນ​ກຳ​ລັງ​ອອກ​ຈາກ​ເຂດ​​ໃກ​້ກັບ ອີ​ຣານ ແລະ ຊົດ​ເຊີຍ​ຜົນ​ເສຍ​ຫາຍ​ຍ້ອນ​ການ​ປະ​ທະ​ກັນ​ກໍ່​ຂຶ້ນ.

ຕາ​ມ​ສຳ​ນັກ​ຂ່າວ​ສານ IRNA, ທ່ານ Kazem Gharibabadi ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ ເຕ​ເຮ​ຣານ ກໍ​ຮຽກ​ຮ້ອງ ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ, ປົດ​ປ່ອຍ​ຊັບ​ສິນ​ທັງ​ໝົດຂອງ ອີ​ຣານ ​ທີ່​ຖືກ​ອາ​ຍັດຢູ່​ຕ່າງ​ປະ​ເທດ ແລະ ຢຸດ​ຕິ​ການ​ປິດ​ລ້ອມ​ການ​ເດີນ​ເຮືອ ແນ​ໃສ່​ປະ​ເທດ​ນີ້. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ ອີ​ຣານ ເປີ​ດ​ເຜີຍ​ບັນ​ດາ​ເນື້ອ​ໃນຫຼັກ​ໃນ​ຂໍ້​ສະ​ເໜີ​ໃໝ່​ຝາກ​ເຖິງ ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ດາ​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ ບໍ່​ຕ່າງ​ຫຍັງຫຼາຍ​ກັບ​ຂໍ້​ສ​ະ​ເໜີ​ເກົ່າ ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຄີຍ​ປະ​ຕິ​ເສດ​ເມື່​ອ​ອາ​ທິດ​ແລ້ວ​ນີ້.