ໂດຍ​ບໍ່​ຫົວ​ຊາ​ຕໍ່​ໄພ​ນາບ​ຂູ່​ບຸກ​ໂຈມ​ຕີ​ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຈາກ ​ອາ​ເມ​ລິ​ກາ, ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ຈະ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ເສັ້ນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ຍຸດ​ທະ​ສາດຂອງ​ໂລກ, ກໍ່​ຕໍ່​ເມື່ອ ອາ​ເມ​ລິ​ກາ ຕອບ​ສະ​ໜອງ​ບັນ​ດາ​ເງື່ອນ​ໄຂ​ຂອງ ​ອີ​ຣານ. ກໍ່ຄ້າຍ​ຄື​ກັນ, ການ​ພົບ​ປະ​ເຈ​ລະ​ຈາສັນ​ຕິ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ເຊື່ອມ​ຕໍ່​ຄືນ​ເມື່ອ​ການ​ກະ​ທຳ​ເປັນ​ປໍ​ລະ​ປັກ​ເລັ່ງ​ໃສ່ ​ອີ​ຣານ ພ້ອມ​ກັບ​ບັນ​ດາ​ສຳ​ພັນ​ທະ​ມິດ​ຖືກ​ຢຸດ​ຕິລົງ.

ທ່ານ Mohsen Rezaei, ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ໄດ້​ເນັ້ນ​ໜັກ​ວ່າ ເລື່ອງ ​ອີ​ຣານ ບໍ່ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ໃນ​ເວ​ລາ​ຜ່ານ​ມາ ​ບໍ່​ໝາຍ​ຄວາມ​ວ່າ ເຕ​ເຮ​ຣານ ລົບ​ລ້າງ​ເສັ້ນ​ທາງ​ການ​ທູດ. ກົງ​ກັນ​ຂ້າມ, ອີ​ຣານ ຍາມ​ໃດ​ກໍ່ໃຫ້​ບຸ​ລິ​ມະ​ສິດ ແລະ ຍົກ​ສູງ​ມາດ​ຕະ​ການ​ທາງ​ການ​ທູດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊ່ອງ​ແຄ​ບ​ທະ​ເລ Hormuz ຈະ​ບໍ່​ເປີດ​ປະ​ຕູ​ຄືນ​ໃໝ່ ແລະ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​​ກໍ່ຈະ​ບໍ່​ໄດ້​ຈັດ​ຂຶ້ນ, ຖ້າ ​ອາ​ເມ​ລິ​ກາ ບໍ່​ຕອບ​ສະ​ໜອງ​ບັນ​ດາ​ເງື່ອນ​ໄຂ​ເຊິ່ງ ອີ​ຣານ ຍົກ​ອອກ​ມາ.