ໃນວັນທີ 26 ກໍລະກົດ, ແຫຼ່ງຂ່າວຂັ້ນສູງ ອີຣານ ໃຫ້ຮູ້ວ່າ ປະເທດນີ້ຈະຢຸດຕິທຸກການເຄື່ອນໄຫວບຸກໂຈມຕີ, ຖ້າອາເມລິກາ ບໍ່ສືບຕໍ່ເກາະຜິດ. ພ້ອມກັນນັ້ນ ອີຣານ ຢັ້ງຢືນກຽມພ້ອມການເຊື່ອມຕໍ່ການເຈລະຈາກັບອາເມລິກາຄືນໃໝ່ ເພື່ອແກ້ໄຂການປະທະກັນ.
ຕາມແຫຼ່ງຂ່າວຂັ້ນສູງຂອງອີຣານແລ້ວ, ປະເທດນີ້ຍັງມີສະຕິລະວັງຕົວສູງ ດ້ວຍບັນດາຄວາມຄິດໄລ່ຂອງອາເມລິກາ, ພ້ອມທັງຮັກສາຫຼັກໝັ້ນກຽມພ້ອມການສູ້ຢັນກັນແບບ “ຕາຕໍ່ຕາ ຟັນຕໍ່ຟັນ”, ຖ້າຖືກເກາະຜິດຄືນໃໝ່. ເຖິງຢ່າງໃດກໍຕາມ, ເຕເຮຣານ ຢັ້ງຢືນຈະບໍ່ບຸກໂຈມຕີ ຖ້າວໍຊິງຕັນ ສືບຕໍ່ຮັກສາສະພາບຄວາມໝັ້ນທ່ຽງ ແລະ ບໍ່ບຸກໂຈມຕີຄືໃນປັດຈຸບັນ.
ແລະກໍ່ໃນວັນດຽວກັນ, ບາງແຫຼ່ງຂ່າວໃນພາກພື້ນ ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ອີຣານ ໄດ້ປະກາດກັບປະເທດເປັນກາງໄກ່ເກ່ຍ ປາກິດສະຖານວ່າ ອີຣານ ພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາກັບ ອາເມລິກາ ເພື່ອສິ້ດສຸດສົງຄາມ. ສະຖານທີ່ໂອ້ລົມສົນທະນາອາດສາມາດແມ່ນ ສະວິດ, ກາຕາ ແລະ ປາກິດສະຖານ. ກ່ຽວກັບວິວັດການເຈລະຈາ, ອີຣານ ຍັງໃຫ້ບຸລິມະສິດແກ້ໄຂຊ່ອງແຄບທະເລ Hormuz, ຖັດຈາກນັ້ນ ແມ່ນການປົດປ່ອຍຊັບສິນຖືກອາຍັດຂອງ ເຕເຮຣານ ແລະ ສຸດທ້າຍແມ່ນໂຄງການນິວເຄຼຍ.
