ການ​ນຳ ອີ​ຣານ ກໍ​ຢັ້ງ​ຢືນ​ວ່າ ປະ​ເທດ​ນີ້​ບໍ່​ສາ​ມາດ​ລົບ​ລ້າງ​ເຕັກ​ໂນ​ໂລ​ຢີນິວ​ເຄຼຍ ພ້ອມ​ທັງ​ໃຫ້​ຮູ້​ວ່າ ໃນ​ບັນ​ດາ​ຮອບ​ເຈ​ລະ​ຈາ​ກ່ອນ​ໜ້າ​ນັ້ນ, ເຕ​ເຮ​ຣານ ຍາມ​ໃດ​ກໍ​ກຽມ​ພ້ອມ​ຮ​່ວມ​ມື​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງ​ສາ​ກົນ ແລະ ກົນ​ໄກ​ຕິດ​ຕາມ​ກວດ​ກາ​ທົ່ວ​ໂລກ ແນ​ໃສ່​ຮັບ​ປະ​ກັນ​ລັກ​ສະ​ນະ​ສັນ​ຕິ​ພາບ​ຂອງ​ໂຄງ​ການ​ນິວ​ເຄຼຍ.

ສ່ວນ​ຝ່າຍ ອີ​ຣັກ, ທ່ານ​ Ali al-Zaidi ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວ ໃຫ້​ຮູ້​ວ່າ Baghdad ກຽມ​ພ້ອມ​ສວມ​ບົດ​ບາດ​ເປັນ​ກາງ​ໄກ​ເກ່ຍ​ແນ​ໃສ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ລະ​ຫວ່າງ ອີ​ຣານ ແລະ ອາ​ເມ​ລິ​ກາ, ດ້ວຍ​ເປົ້າ​ໝາຍ​ຄວບ​ຄຸມ​ຄວາມ​ເຄັ່​ງ​ຕຶງ​ໃນ​ພາກ​ພື້ນ.