ພັນໂທ Amadou Abdramane (ຜູ້ນັ່ງ) - ໂຄສົກສະພາແຫ່ງຊາດປົກປັກຮັກສາປະເທດຊາດ (CNSP) ຢູ່ ນີເຊ ປະກາດລັດຖະປະຫານຢູ່ໂທລະພາບແຫ່ງຊາດໃນວັນທີ 26/7 (ພາບ: AFP/TTXVN) |
ໃນວັນດຽວກັນ, ກະຊວງການຕ່າງປະເທດ ຝລັ່ງ ກໍອອກແຈ້ງການຢຸດຕິທຸກການຊ່ວຍເຫຼືອພັດທະນາໃຫ້ແກ່ ນີເຊ ແລະ ຂໍ້ຕົກລົງດັ່ງກ່າວກໍມີຜົນສັກສິດໃນທັນທີ. ລັດຖະບານ ຝລັ່ງ ກໍຮຽກຮ້ອງໃຫ້ຟື້ນຟູ “ຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ” ຢູ່ ນີເຊ ແລະ ປ່ອຍຕົວທ່ານ Mohamed Bazoum ໃຫ້ກັບມາດຳລົງຕຳແໜ່ງເປັນປະທານາທິບໍດີ ຄືນໃໝ່.
ນີເຊແມ່ນປະເທດ ທີ່ໄດ້ຮັບການຊ່ວຍເຫຼືອເປັນຈຳນວນຫຼາຍຈາກຝ່າຍຕາເວັນຕົກ ແລະ ເປັນຄູ່ຮ່ວມມືສຳຄັນຂອງ ອີຢູ ໃນການຊ່ວຍຄວບຄຸມຄົນອົບພະຫຍົບຜິດກົດໝາຍທີ່ຈາກທາງທິດໃຕ້ ຫາດຊາຍ ຊາຮາຣາ ອາຟະລິກາ.
ໃນວັນທີ 29 ກໍລະກົດ, ສະຫະພາບ ອາຟະລິກາ ໄດ້ສະເໜີໃຫ້ບັນດາພົນທະຫານລັດຖະປະຫານຢູ່ ນີເຊ “ກັບຄືນຄ້າຍ ແລະ ຟື້ນຟູສິດລັດຖະປະຫານ” ໃນຮອບເວລາ 15 ວັນ.
ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຮຽກຮ້ອງໃຫ້ປ່ອຍອິດສະຫຼະພາບໃຫ້ທ່ານປະທານາທິບໍດີ Bazoum ໃນທັນທີ ແລະ ຟື້ນຟູຄວາມເປັນລະບຽບຮຽບຮ້ອຍປະຊາທິປະໄຕ.

