ສະກຸນເງິນ ເອີໂຣ (ພາບ: rte.ie) |
ຕາມທ່ານຮອງປະທານຄະນະກຳມະການເອີຣົບ Valdis Dombrovskis ແລ້ວ, ວິວັດການຟື້ນຟເສດຖະກິດຍັງບໍ່ທັນສະໝ່ຳສະເໝີກັນ ແລະ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຂາດສະຖຽນລະພາບ. ເພາະສະນັ້ນ, ບັນດາປະເທດຍັງສືບຕໍ່ຕ້ອງການຮັກສານະໂຍບາຍໜູນຊ່ວຍເສດຖະກິດ ທັງຢູ່ໃນປີ 2021 ແລະ 2022. ຄະນະກຳມະການເອີຣົບ - ອົງການບໍລິຫານງານຂອງ ອີຢູ ໄດ້ຢຸດຕິຊົ່ວຄາວການນຳໃຊ້ບັນດາຂໍ້ກຳນົດຈຳກັດການໃຊ້ຈ່າຍສາທາລະນະສຳລັບລັດຖະບານບັນດາປະເທດສະມາຊິກໃນເດືອນມີນາ 2020 ໃນສະພາບການທີ່ພື້ນຖານເສດຖະກິດຂອງພາກພື້ນຕົກເຂົ້າສູ່ໄລຍະຊຸດໂຊມທີ່ສຸດ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2, ໃນນັ້ນ ສາເຫດຕົ້ນຕໍແມ່ນ ຍ້ອນບັນດາມາດຕະການຈຳກັດການເຄື່ອນໄຫວ ເພື່ອສະກັດກັ້ນໂລກລະບາດໂຄວິດ - 19 ແຜ່ລາມ.

