ວັນ​ທີ 20 ກັນ​ຍາ, ທ່ານ Mohammad Bagher Qalibaf ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອີີ​ຣານ, ໄດ້​ປະ​ກາດ​ວ່າ ຊ່ອງ​ແຄບ​ທະ​ເລ Hormuz ຈະຍັງ​ປິດ​ປະ​ຕູ​ຈົນ​ຮອດ​ເວ​ລາທີ່ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ທີ່ໄດ້​ລົງ​ໃນ​ເດືອນ​ມິ​ຖຸ​ນາ. ຕາມ​ທ່ານ​ Mohammad Bagher Qalibaf ແລ້ວ, ຈົນຮອດເມື່ອ​ບັນ​ດາ​ເງື່ອນ​ໄຂ​ນີ້​ໄດ້​ຕອບ​ສະ​ໜອງ, ບັນ​ດາ​ສິດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ​ອີ​ຣານ ໄດ້ຮັບການຍອມຮັບ ແລະ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ຈະ​ບໍ່​ມີ​ໂອ​ກາດ​ກັບ​ຄືນ​ມາຢູ່ໃນ​ສະ​ພາບ​ການ​ເຈ​ລະ​ຈາ​ໃນ​ເມື່ອ​ກ່ອນ ຫຼື ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່ອີກ. ທ່ານ Ghalibaf ກໍ່​ພັນລະນາ ອີີ​ຣານ ຕ້ອງ​ທັງ​ຕໍ່​ສູ້, ທັງ​ເຈ​ລະ​ຈາ, ອີີຣານ ຈະ​ນຳ​ໃຊ້​ກຳ​ລັງ​ການທະ​ຫານ ເພື່ອ​ຮັບ​ມື​ ແລະ ດຳເນີນທາງ​ການ​ທູດ ເພື່ອ​ປັບ​ປຸງບັນ​ດາ​ໝາກ​ຜົນ​ໃນ​ສະ​ໜາມ​ຮົບ​ເມື່ອ​ຮອດ​ເວ​ລາ. ກ່ອນ​ໜ້າ​ນັ້ນ, ອີ​ຣານ ແລະ ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃນ​ເດືອນ​ມິ​ຖຸ​ນາ 2026, ຕາມ​ນັ້ນ​ແລ້ວ​ ຈະ​ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວດ້ານ​ການ​ທະ​ຫານ ແລະ ສັບ​ຊ້ອນ​ເພື່ອ​ເປີດ​ຊ່ອງແຄບທະ​ເລ Hormuz ໃຫ້​ແກ່​ການຄົມ​ມະ​ນາ​ຄົມ​ທາງທະເລຄືນ. ຂໍ້​ຕົກ​ລົງ​ຫຼັງຈາກນັ້ນ​ໄດ້ພັງທະ​ລາຍ​ຍ້ອນ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ​ສອງ​ຝ່າຍກ່ຽວກັບບັນ​ຫາ​ການ​ເດີນ​ເຮືອ ແລະ ຄວາມ​ໝັ້ນ​ຄົງ​ໃນເສັ້ນ​ທາງ​ເດີນ​ເຮືອ​ຍຸດ​ທະ​ສາດນີ້.