(ພາບ: AP/Vahid Salemi)
ວັນທີ 03 ກໍລະກົດ, ອີຣານ ເລີ່ມດຳເນີນບັນດາພິທີງານສົບລະດັບຊາດ ທ່ານ ສາດສະດາ Ali Khamenei ຢູ່ໂບດໃຫຍ່ Grand Mosalla, ທີ່ນະຄອນຫຼວງ ເຕເຮຣານ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ບາດຫຼວງ, ຜູ້ຕາງໜ້າຫຼາຍປະເທດ ແລະ ປະຊາຊົນເປັນຈຳນວນຫຼາຍມາໄວ້ອາໄລ.
ສົບສາດສະດາ Ali Khamenei ພ້ອມກັບບັນດາສະມາຊິກໃນຄອບຄົວ ແລະ ຜູ້ເສຍຊີວິດໃນເຫດບຸກໂຈມຕີດຽວກັນ ໄດ້ໄປຍັງ Grand Mosalla. ຕາມແຜນການ, ພາຍຫຼັງພິທີໄວ້ອາໄລ, ຂະບວນລົດແຫ່ສົບຈະໄປຜ່ານບັນດາເສັ້ນທາງຫຼັກຢູ່ ເຕເຮຣານ ໃນວັນທີ 06 ກໍລະກົດ, ກ່ອນທີ່ຈະດຳເນີນບັນດາພິທີຢູ່ນະຄອນສັກສິດ Qom ຂອງ ອີຣານ, ຫຼັງຈາກນັ້ນແມ່ນ Najaf ແລະ Karbala (ອີຣັກ). ພິທີປົງສົບຄາດວ່າຈະຈັດຂຶ້ນໃນວັນທີ 09 ກໍລະກົດ, ຢູ່ນະຄອນ Mashhad.
ສາດສະດາ Ali Khamenei ເສຍຊີວິດໃນບັນດາເຫດບຸກໂຈມຕີໂດຍ ອິດສະຣາແອັນ ແລະ ອາເມລິກາ ດຳເນີນແນໃສ່ ອີຣານ ໃນວັນທີ 28 ກຸມພາ, ເປີດສາກໃຫ້ການປະທະກັນຢູ່ຕາເວັນອອກກາງ.
