ອົງ​ການນີ້ແຈ້ງ​ເຕືອນ​ວ່າ ບັນ​ດາ​ບໍ​ລິ​ສັດ​ຂົນ​ສົ່ງ​ໄປ-ມາ​ຈາກ​ເຂດ​ອ່າວ ດຳ​ເນີນ​ການກວດ​ກາ​ບັນ​ຊີ​ລາຍ​ຊື່​ອັບ​ເດດ​ກຳ​ປັ່ນ​ທີ່ລະ​ເມີດ​ຂໍ້​ກຳ​ນົດ, ກ່ອນ​ທີ່ຈະ​ປະ​ຕິ​ບັດ​ການ​ເຊົ່າ​ພາ​ຫະ​ນະ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ເຕ​ເຮ​ຣານ ຢືນ​ຢັນ​ວ່າ ບັນ​ດາ​ກຳ​ປັ່ນ​ຕ່າງ​ປະ​ເທດທີ່​ລະ​ເມີດ​ໂດຍ​ກົງ, ບັນ​ດາ​ພາ​ຫະ​ນະ​ຮ່ວມ​ມື​ກັບ​ບັນ​ດາ​ກຳ​ປັ່ນທີ່​ລະ​ເມີດ, ລວມ​ທັງ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ກົງ​ລະ​ຫວ່າງ​ກຳ​ປັ່ນ ກັບ​ກຳ​ປັ່ນ ກໍ່​ຈະໄດ້​ເພີ່ມ​ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ລະ​ເມີດ​ຂໍ້​ກຳ​ນົດ.

ບັນ​ດາ​ຄ​ຳ​ຖະ​ແຫຼງ ແລະ ແຈ້ງ​ເຕືອນ​ທີ່​ແຂງ​ກະ​ດ້າງ​ຂອງ ອີ​ຣານ ກ່ຽວ​ຂ້ອງ​ເຖິງ​ຊ່ອງ​ແຄບ​ທະ​ເລ Hormuz ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ທີ່ ອາ​ເມ​ລິ​ກາ ສືບ​ຕໍ່​ສ້າງ​ຄວາມ​ກົດ​ດັນ​ຢ່າງ​ແຮງ​ຕໍ່​ປະ​ເທດ ອິດ​ສະ​ລາມ ນີ້.