ຂໍ້​ມູນ​ດັ່ງ​ກ່າວ​ໂດຍ ​ທ່ານ Badr Albusaidi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂອ​ມານ ​ຢັ້ງຢືນລົງ​ໃນ​ສື່​ສັງ​ຄົມ X ໂດຍ​ໃຫ້​ຮູ້​ວ່າ ຂໍ້​ຕົກ​ລົງ​ໂຈ​ະການ​ຈັດ​ກອງ​ປະ​ຊຸມ “ແມ່ນ​ຍ້ອນ​ຜົນ​ປະ​ໂຫຍດ​ຂອງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ”; ພ້ອມ​ກັນ​ນັ້ນ, ກໍ່​ໃຫ້ຄຳ​ໝັ້ນ​ສັນ​ຍາ​ຈະຊຸກ​ຍູ້​ການ​ໂອ້​ລົ​ມ​ສົນ​ທະ​ນາ​ເພື່ອ​ໜູນ​ຊ່ວຍ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ອັນຍາວ​ນານ​ຢູ່​ພາກ​ພື້ນ. ໃນ​ຂະ​ນະ​ນັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຣານ ຍັງ​ບໍ່​ທັນ​ຍົກ​ອອກ​ຄຳ​ຄິດເຫັນໃດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ໂຈະການ​ຈັດ​ກອ​ງ​ປະ​ຊຸມ​ຂອງ ໂອ​ມານ ເທື່ອ.

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ຢັ້ງ​ຢືນ​ວ່າ ກຳ​ປັ່ນ MT El Gaia ຂອງ​ປະ​ເທດນີ້​ໄດ້​ຖືກບຸກ​ໂຈມ​ຕີ​ຢູ່ນອກ​ຝັ່ງ​ທະ​ເລ ໂອ​ມານ, ໃນ​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz. ກຳ​ລັງເຈົ້າ​ໜ້າ​ທີ່ຂອງ ໂອມານ ​ໄດ້​ມາ​ນະ​ພະ​ຍາ​ຍາມ​ດຳ​ເນີນ​ການ​ຍົກ​ຍ້າຍ ແລະ ກູ້​ໄພ​ກູ້​ຊີບ​ລ​ູກ​ເຮືອ. ເຖິ​ງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຂໍ້​ມູນ​ອື່ນໆທີ່ກ່ຽວຂ້ອງ, ໃນ​ນັ້ນ​ມີ​ຈຸດ​ເວ​ລາ​ເກີດ​ການ​ບຸກ​ໂຈມ​ຕ​ີ ແມ່ນບໍ່​ໄດ້​ເຕື້ອງ​ເຖິງ.