ທ່ານ Hossein Dehghan ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ (ພາບ: EPA/TTXVN) |
ທ່ານ Hossein Dehghan ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ແລະ ຄູ່ຕຳແໜ່ງ ອີຣັກ Erfan al-Hiyali ເຊັນບົດບັນທຶກຊ່ວຍຈຳຢູ່ນະຄອນຫລວງ Tehran, ລວມມີເນື້ອໃນການຮ່ວມມືຫລາຍຢ່າງ. ເປີດກ້ວາງການຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດຕ້ານກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ຄວາມສະຫງົບປອດໄຟຢູ່ເຂດຊາຍແດນ, ການສຶກສາ, ກໍ່ຄືການໜູນຊ່ວຍດ້ານເຕັກນິກ ແລະ ການທະຫານແມ່ນສ່ວນໜຶ່ງໃນບົດບັນທຶກຊ່ວຍຈຳ. ການພົວພັນ ອີຣານ - ອີຣັກ ໄດ້ຮັບການປັບປຸງ ນັບແຕ່ເຫດໂຄ່ນລົ້ມອະດີດປະທານາທິບໍດີ ອີຣັກ Saddam Hussein ໃນປີ 2003 ແລະ ລັດຖະບານໂດຍຊາວມຸດສະລິມ ນິກາຍ Shiite ນຳໜ້າຂຶ້ນກຳອຳນາດຢູ່ປະເທດນີ້. ອີຣານ ແມ່ນປະເທດມີຊາວມຸດສະລິມນິກາຍ Shiite ກວມເອົາສ່ວນຫລາຍ.

