ວັນທີ 25 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ຕໍາໜິຕິຕຽນບັນດາປະເທດ ສະຫະພາບເອີຣົບ (ອີຢູ)ວ່າ ຍັງບໍ່ກະກຽມແຜນການເຄື່ອນໄຫວ ເພື່ອກອບກູ້ບັນດາກາລະໂອກາດດໍາເນີນທຸລະກິດ ຢູ່ ອີຣານ, ພາຍຫຼັງທີ່ ອາເມລິກາ ຖອນຕົວອອກຈາກ ຂໍ້ຕົກລົງນິວເຄຼຼຍ ປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ)
ລັດຖະມົນຕີ Zarif ກໍເນັ້ນໜັກວ່າ ຖ້າຫາກບັນດາປະເທດ ອີຢູ ບໍ່ຢາກຊົມໃຊ້ບັນດາຜົນປະໂຫຍດຈາກຂໍ້ຕົກລົງນິວເຄຼຍ ທີ່ມີຊື່ທາງການວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ແລ້ວ, ບັນດາປະເທດດັ່ງກ່າວ ຈະຕ້ອງກິນແໜງ.
