ວັນທີ 17 ສິງຫາ, ເຈົ້າໜ້າທີ່ຂັ້ນສູງ ອີຣານ ທ່ານໜຶ່ງໃຫ້ຮູ້ວ່າ ປະເທດນີ້ໄດ້ກະກຽມໃຫ້ແກ່ເລື່ອງຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ຊ່ອງແຄບທະເລ Hormuz ແລະ ເຂດທີ່ກວ້າງໃຫຍ່ກວ່າ, ກໍ່ຄືສາມາດດຳເນີນການບຸກໂຈມຕີດ້ານການທະຫານ “ຢ່າງທັນການ ແລະ ຊັດເຈນ” ເພື່ອທຳລາຍຄຳສັ່ງປິດລ້ອມຂອງກອງທັບເຮືອ ອາເມລິກາ ຖ້າຫາກການເຈລະຈາດ້ານການທູດຖືກປະລາໄຊ. ໃນຂະນະນັ້ນ, ໃນວັນດຽວກັນທ່ານ Jared Kushner, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ, ຜູ້ທີ່ພວມໄປຢ້ຽມຢາມ ຕາເວັນອອກກາງ ໃຫ້ຮູ້ວ່າ ບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ອາດຈະພວມດຳເນີນໄປຢ່າງແຮງຍິ່ງກວ່າເວລາໃດໝົດ, ແຕ່ 2 ຝ່າຍຍັງບໍ່ທັນບັນລຸໄດ້ຄວາມເຂົ້າໃຈລວມ.
ເຖິງຢ່າງໃດກໍ່ຕາມ, ໃນວັນດຽວກັນ, ບັນດາກຳລັງພິທັກຮັກສາປະຕິວັດ ອິດສະລາມ ອີຣານ (IRGC) ໄດ້ປະຕິເສດຄຳຖະແຫຼງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ອນໜ້ານັ້ນ 1 ວັນກ່ຽວກັບເລື່ອງມີຊ່ອງການເຈລະຈາລັບລະຫວ່າງ ວໍຊິງຕັນ ແລະ ກຳລັງນີ້.
