ອີຣານ ກ່າວເຕືອນຈະພິຈາລະນາບັນດາຄຳໝັ້ນສັນຍາກັບ IAEA ຄືນໃໝ່ (ພາບ: IRNA/TTXVN) |
ຂໍ້ຕົກລົງນິວເຄຼຍລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ແນໃສ່ ຈຳກັດໂຄງການນິວເຄຼຍຂອງ ອີຣານ, ເພື່ອແລກເອົາເລື່ອງຍົກເລີກບັນດາມາດຕະການລົງໂທດແນໃສ່ ເຕເຮຣານ. ຂໍ້ຕົກລົງສະດັບດັ່ງກ່າວ ພວມຢືນຢູ່ຕໍ່ໜ້າໄພຍຸບເລີກ ພາຍຫລັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ແລະ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່ ໃນເດືອນ ພຶດສະພາ 2018 ເພື່ອບັງຄັບບັນດາຝ່າຍກັບຄືນສູ່ການເຈລະຈາ ເພື່ອປັບປຸງຂໍ້ຕົກລົງ.

