ເມື່ອ​ຖະ​ແຫຼງ​ໃນ​ຊ່ອງ​ໂທ​ລະ​ພາບ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ມິ​ຖຸ​ນາ, ທ່ານ Abbas Araghchi, ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອີ​ຣານ ໄດ້​ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງວ່າ ​ມາດ​ຕາ​ສ່ວນ​ຫຼາຍ​ໃນ​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ກັບ ອ​າ​ເມ​ລິ​ກາ ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ແລ້ວ. ຕາມນັ້ນ​ແລ້ວ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ທີ່​ຈະ​ລົງ​ນາມ​ລະ​ຫວ່າງ 2 ຝ່າຍ ​ລວມ​ມີ​ການ​ເປີດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ Hormuz ແລະ ສິ້ນ​ສຸດ​ສົງ​ຄາມ​ໃນ​ທ​ຸກ​ແນວ​ຮົບ, ໃນ​ນັ້​ນ​ມີ​ ລີ​ບັງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Abbas Araghchi ຢືນ​ຢັນ​ວ່າ ການ​ຄຸ້ມ​ຄອງ​ຊ່ອງ​ແຄບ​ທະ​ເລ Hormuz ບໍ່ອາດກັບໄປ​ຄື​ໃນ​​ໃນ​ໄລ​ຍະກ່ອນ​ເກີດ​ການ​ປະ​ທະ​ກັນ​​ອີກ. ປະ​ຈຸ​ບັນ, ອີ​ຣານ ແລະ ໂອມ​ານ ມີ​ອະ​ທ​ິ​ປະ​ໄຕ​ຕໍ່​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ທະ​ເລ​ຫຼັກ​ນີ້ ແລະ ພ້ອ​ມ​ກັນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ກຳ​ປັ່ນ​ໄປ​ມາ​ຜ່ານເຂດນີ້. ທ່ານກໍ່​ກ່າວ​ເຕືອນ​ວ່າ ຂໍ້​ຕົກ​ລົງ​ຍັງ​ບໍ່​ທັນ​ໄດ້​ເຊັນ ແລະ ອາດສາ​ມາດ​ປ່ຽນ​ແປງ​ໃນ​ນາທີ​ສຸດ​ທ້າຍ. ສາຍ​ເຫດ​ແມ່ນ​ຍ້ອນ ອິດ​ສະ​ຣາ​ແອັນ ພວມ​ຊອກ​ຫາ​ວິ​ທີ​ເພື່ອ​ທຳ​ລາຍ​ເອ​ກະ​ສານ​ສະ​ບັບ​ນີ້.