ອີຣານ ຈະບໍ່ປ່ຽນແປງນະໂຍບາຍຂອງຕົນນັບ​ທັງ​ເມື່ອ ອາ​ເມ​ລິ​ກາ ແລະ ອິດສະຣາແອັນ ຈະ​ເຊື່ອມ​ຕໍ່​ການ​ບຸກໂຈມຕີ​ດ້ານທະຫານ​ຄືນ​ໃໝ່. ການຄຸ້ມຄອງ​ການ​ເຄື່ອນ​ໄຫວທາງທະເລ​ຜ່ານຊ່ອງແຄບທະ​ເລ Hormuz ​ຈະບໍ່ອາດກັບຄືນໄປຄື​​ຈຸດ​ເວ​ລາກ່ອນ​ເກີດການ​ປະ​ທະ​ກັນ​ອີກ. ​ບັນ​ດາ​ຄຳຖະແຫຼງດັ່ງ​ກ່າວໂດຍ ທ່ານ Abbas Araghchi, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ອີຣານ ຍົກ​ອອກ​ມາ​ໃນ​ວັນ​ທີ 25 ຕຸລາ, ໃນ​ສະ​ພາບ​ການ​ທີ່ ວໍຊິງຕັນ ອອກ​ສັນ​ຍານອາດຈະເລີ່ມ​ດຳ​ເນີນບັ້ນ​ການທະຫານຄືນໃໝ່, ໃນຂະນະທີ່ຄວາມເຄັ່ງຕຶງຍັງສືບຕໍ່ແຜ່​ກະ​ຈາຍ​ໄປສູ່ບັນ​ດາຈຸດຮ້ອນອື່ນໆ​ຢູ່ ຕາເວັນອອກກາງ.

ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກ່າວເຕືອນວ່າ ​ອາ​ເມ​ລິ​ກາ ແລະ ອິດສະຣາ​ແອັນ ຈະບໍ່ບັນລຸຜົນທີ່ແຕກຕ່າງ ຖ້າສືບຕໍ່ບຸກໂຈມຕີ ເຕເຮຣານ. ທ່ານກໍ່​ໃຫ້​ຮູ້​ວ່າ ບັນ​ດາ​ການ​ປະ​ທະ​ກັນ​ໄດ້​ສ້າງການປ່ຽນແປງ​ໂດຍພື້ນຖານ​ຢູ່ພາກພື້ນ, ຮຽກຮ້ອງໃຫ້ທຸກຝ່າຍຍອມ​ຮັບ​ຕົວຈິງໃໝ່, ໃນ​ນັ້ນ​ມີ​ກົນ​ໄກ​ຄຸ​້ມ​ຄອງ ແລະ ເສັ້ນທາງຂົນສົ່ງທາງ​ທະ​ເລ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz.