ໂຄສົກການຊ້ອມຮົບຂອງອີຣານ, ພົນເຮືອເອກ Mustafa Tajeddini ໃຫ້ຮູ້ວ່າ: ການຊ້ອມຮົບແມ່ນນອນໃນຂອບເຂດການຮ່ວມມືປ້ອງກັນຄວາມສະຫງົບ ແລະການທະຫານລະຫວ່າງສາມປະເທດ ເພື່ອແນໃສ່ຮັບມືກັບໄພນາບຂູ່ທີ່ພວມມີຢູ່ແລ້ວ. ການຊ້ອມຮົບດັ່ງກ່າວແມ່ນ ດຳເນີນໃນເວລາ 3 ວັນ ໃນ ເຂດທະເລກວ້າງ 17.000 ກີໂລຕາແມັດ ຢູ່ ທາງທິດເຫນືອຂອງ ມະຫາສະມຸດອິນເດຍ ເພື່ອແນໃສ່ປັບປຸງຄວາມສາມາດປ້ອງກັນ, ກຽມພ້ອມສູ້ຮົບກໍ່ຄືເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ກຳລັງທະຫານເຮືອ 3 ປະເທດ, ຜ່ານນັ້ນ ຮັບປະກັນຄວາມໝັ້ນຄົງລວມ ແລະ ຕ້ານການກໍ່ການຮ້າຍ.