ໂດຍບໍ່ຫົວຊາຕໍ່ຖະແຫຼງການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບການເຈລະຈາຮອບໃໝ່ ລະຫວ່າງ ອາເມລິກາ - ອີຣານ ທີ່ດຳເນີນໃນວັນທີ 20 ເມສາ ຢູ່ນະຄອນຫຼວງ Islamabad, ປາກິດສະຖານ, ຕອນຄ່ຳວັນທີ 19 ເມສາ, ສື່ມວນຊົນອີຣານ ໄດ້ຢັ້ງຢືນວ່າປະເທດນີ້ ຍັງບໍ່ທັນມີແຜນການດຳເນີນການເຈລະຈາກັບ ອາເມລິກາ. ໃນນັ້ນ, ສຳນັກຂ່າວສານ IRNA ຢັ້ງຢືນວ່າ ອີຣານ ປະຕິເສດເຂົ້າຮ່ວມການເຈລະຈາ, ຍ້ອນວ່າອາເມລິກາ ສືບຕໍ່ຍົກອອກຄວາມຮຽກທວງເກີນຄວນ ແລະ ປາສະຈາກຕົວຈິງ, ປ່ຽນແປງຫຼັກໝັ້ນຢ່າງຕໍ່ເນື່ອງ ແລະ ປະກາດຖະແຫຼງການທີ່ຂັດແຍ້ງກັນ. ເຕເຮຣານ ບໍ່ກ່າວເຕືອນວ່າ ວໍຊິງຕັນບໍ່ຍອມຍົກເລີກຄຳສັ່ງປິດລ້ອມທ່າກຳປັ່ນທະເລຂອງ ອີີຣານ, ຖືນີ້ແມ່ນການລະເມີດຄຳສັ່ງຢຸດຍິງ. ບໍ່ພຽງແຕ່ອີຣານ,ປະເທດເຈົ້າພາບຈັດຕັ້ງການເຈລະຈາຮອບໃໝ່ ແມ່ນປາກິດສະຖານ ກໍ່ຍັງບໍ່ທັນອອກສຽງຢັ້ງຢືນການເຈລະຈາຢູ່ນະຄອນຫຼວງ Islamabad ຕາມການປະກາດຂອງທ່ານປະທານາທິບໍດີ Donald Trump. ທ່ານ Shehbaz Sharif ປະທານາທິບໍດີ ປາກິດສະຖານ ປະກາດຫາກໍ່ສົນທະນາທາງໂທລະສັບກັບທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ຢັ້ງຢືນວ່າ Islamabad ພວມມານະພະຍາຍາມຊຸກຍູ້ວິທີການທາງການທູດ, ແຕ່ບໍ່ເຕື້ອງເຖິງຈຸດເວລາຈັດຕັ້ງການເຈລະຈາຮອບໃໝ່.
ອີຣານ ຍັງບໍ່ທັນເຫັນດີດຳເນີນການເຈລະຈາ
[VOVWORLD] - ຕອນຄ່ຳວັນທີ 19 ເມສາ, ສື່ມວນຊົນອີຣານ ໄດ້ຢັ້ງຢືນວ່າປະເທດນີ້ ຍັງບໍ່ທັນມີແຜນການດຳເນີນການເຈລະຈາກັບ ອາເມລິກາ.
