(ພາບ: Reuters)
ວັນທີ 19 ກັນຍາ, ທ່ານ Mohsen Rezaei ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ພວມຮັກສາການຕິດຕໍ່ກັບຝ່າຍເປັນກາງໄກ່ເກ່ຍຢູ່ ກາຕາ ແລະ ປາກິດສະຖານ, ພ້ອມກັນນັ້ນ ກໍ່ລໍຖ້າຄຳຕອບຈາກ ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ສື່ມວນຊົນ ອີຣານ ໄດ້ເຕື້ອງເຖິງ 7 ເງື່ອນໄຂທີ່ໄດ້ສົ່ງໃຫ້ ວໍຊິງຕັນ, ແຕ່ເນື້ອໃນທາງການຢ່າງຄົບຖວ້ນ ຍັງບໍ່ທັນໄດ້ປະກາດເທື່ອ. ທ່ານ Mohsen Rezaei ຫາກໍ່ໄດ້ເປີດເຜີຍ 3 ຄຳຮຽກຮ້ອງ, ລວມມີ: ຢຸດຕິການປະທະກັນໃນທຸກແນວຮົບ; ການປ່ອຍຊັບສິນຂອງ ອີຣານ ທີ່ຖືກອາຍັດ; ຍົກເລີກການປິດລ້ອມທະຫານເຮືອຂອງ ອາເມລິກາ.
