ຕາມ​ສື່ມວນ​ຊົນ​ແຫ່ງ​ລັດ ອີ​ຣານ ແລ້ວ, ໄດ້​ຍິນສຽງ​ລະ​ເບີດ​ໃຫຍ່​​ຫຼາຍ​ຄັ້ງເກີດ​ຂຶ້ນຢູ່ຫຼາຍ​ເຂດ​ທາງ​ທິດ​ໃຕ້ ອີ​ຣານ, ໃນ​ນັ້ນ ມີ​ນະ​ຄອນ Bushehr, ບ່ອນ​ທີ່​ຕັ້ງ​ໂຮງ​ງານ​ໄຟ​ຟ​້າ​ນິວ​ເຄຼຍ ໂດຍ ລັດ​ເຊຍ ກໍ່​ສ້າງ, ພ້ອມ​ກັບ​ບັນ​ດານ​ະ​ຄອນ Konarak ແລະ Choghadak. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທາດ​ແທ້​ຂອງ​ບັນ​ດາ​ເຫດ​ລະ​ເບີດ​ດັ່ງ​ກ່າວ​ຍັງ​ບໍ່​ທັນໄດ້​ຢັ້ງ​ຢືນ​ເທື່ອ. ພ້ອມ​ດຽວ​ກັນ​ນັ້ນ, ວິ​ທະ​ຍຸ CNN ໄດ້​ຄັດ​ສະ​ເໜີ​ຄຳ​ປາ​ໄສ​ຂອງ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ໂດຍ​ຢັ້ງ​ຢືນ​ວ່າ: ກຳ​ລັງ​ ​ອາ​ເມ​ລິ​ກາ ປະ​ຈຳ​ຢູ່​ພາກ​ພື້ນ ບໍ່​ໄດ​້​ດຳ​ເນີນ​ບໍ່​ວ່າ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ໃດໆ​ຢູ່ ອີ​ຣານ. ສິ່ງ​ດັ່ງ​ກ່າວ ເຮັດ​ໃຫ້​ເກີດ​ມີ​ຄວາມ​ສ​ົງ​ໄສ​ໃນ​ຫາງ​ສຽງ​ ​ກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ ອິດ​ສະ​ຣາ​ແອັນ ອາດ​ຈະ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ ອີ​ຣານ. ເພາະ​ວ່າ ກ່ອນ​ໜ້າ​ນັ້ນ, ໃນ​ຖະ​ແຫຼງ​ການ​ທີ່​ໄດ້​ຍົກ​ອອກມາ​ໃນ​ຕອນ​ບ່າຍ​ວັນ​ທີ 09 ກໍ​ລະ​ກົດ, ທ່ານ Israel Katz ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ​ວ່າ ກອງ​ທັບ​ປະ​ເທດ​ນີ້ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ບັ້ນ​ບຸກ​ໂຈມ​ຕີ ຕ້ານ​ ອີຣານ ຄືນ​ໃໝ່ ຖ້າ​ມີ​ຄວາມ​ຈຳ​ເປັນ.

ນັກ​ຂ່າວ VOV ປະ​ຈ​ຳ ອີ​ຢິບ