(ພາບປະກອບ: NASA)
ແລະກໍ່ໃນວັນດຽວກັນ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ຢືນຢັນວ່າ ອີຣານ ແລະ ໂອມານ ໃກ້ຈະບັນລຸຂໍ້ຕົກລົງກ່ຽວກັບເສັ້ນທາງຂົນສົ່ງໃໝ່ຜ່ານຊ່ອງແຄບທະເລ Hormuz, 2 ຝ່າຍພວມປຶກສາຫາລືເສັ້ນທາງຂົນສົ່ງຊົ່ວຄາວ, ໃນຂະນະທີ່ບັນດາບັນຫາເຕັກນິກ ແລະ ນິຕິກຳກ່ຽວຂ້ອງເຖິງເສັ້ນທາງຂົນສົ່ງແບບຖາວອນການພວມໄດ້ຮັບການແກ້ໄຂ.
ໃນຂະນະນັ້ນ, ໃນບັນດາຖະແຫຼງການສະເພາະ, ປະເທດ ສະຫະລັດອາຣັບເອັມມີເຣດ (UAE) ແລະ ຊະອຸດີ ອາຣາເບຍ ໄດ້ກ່າວປະນາມບັນດາເຫດບຸກໂຈມຕີຂອງ ອີຣານ ໃນວັນທີ 08 ສິງຫາ ແນໃສ່ກຳປັ່ນຂົນສົ່ງນ້ຳມັນຂຶ້ນກັບກຳມະສິດຂອງກຸ່ມບໍລິສັດພະລັງງານ ADNOC ຂອງ UAE, ເມື່ອກຳປັ່ນໄປຜ່ານຊ່ອງແຄບທະເລນີ້.
