ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Abbas Araghchi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ຢືນ​ຢັນ​ວ່າ ອີ​ຣານ ແລະ ໂອ​ມານ ໃກ້​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ເສັ້ນ​ທາງ​ຂົນ​ສົ່ງ​ໃໝ່​ຜ່ານ​ຊ່ອງ​ແຄບ​ທ​ະ​ເລ Hormuz, 2 ຝ່າຍ​ພວມ​ປຶກ​ສາ​ຫາ​ລື​ເສັ້ນ​ທາງ​ຂົ​ນ​ສົ່ງ​ຊົ່ວ​ຄາວ, ໃນ​ຂະ​ນະ​ທີ່​ບັນ​ດາ​ບັນ​ຫາ​ເຕັກ​ນິກ ແລະ ນິ​ຕິ​ກຳ​ກ່ຽວ​ຂ້ອງ​ເຖິງ​ເສັ້ນ​ທາງ​ຂົນ​ສົ່ງ​ແບບຖາວອນການ​ພວມ​ໄດ້​ຮັບ​ການ​ແກ້​ໄຂ.

ໃນ​ຂະ​ນະ​ນັ້ນ, ໃນ​ບັນ​ດາ​ຖະ​ແຫຼງ​ການ​ສະ​ເພາະ, ປະ​ເທດ ສະ​ຫະ​ລັດ​ອາ​ຣັບ​ເອັ​ມມີ​ເ​ຣດ (UAE) ແລະ ຊະ​ອຸ​ດີ ອາ​ຣາ​ເບຍ ໄດ້​ກ່າວ​ປະ​ນາມ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີຂອງ ອີ​ຣານ ໃນ​ວັນ​ທີ 08 ສິງ​ຫາ ແນ​ໃສ່​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂຶ້​ນ​ກັບ​ກຳ​ມະ​ສິດ​ຂອງ​ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ ADNOC ຂອງ UAE, ເມື່ອ​ກຳ​ປັ່ນ​ໄປ​ຜ່ານ​ຊ່ອງ​ແຄບ​ທະ​ເລນີ້.