ຕອນເຊົ້າວັນທີ 18 ກໍລະກົດ, ແຈ້ງການບຸກໂຈມຕີບັນດາຖານທີ່ໝັ້ນຂອງ ອາເມລິກາ ຢູ່ 3 ປະເທດໃນພາກພື້ນ ຕາເວັນອອກກາງ, ແນໃສ່ໂຕ້ຕອບບັ້ນບຸກໂຈມຕີຄັ້ງຫຼ້າສຸດໃນຕອນຄ່ຳວັນທີ 17 ກໍລະກົດ ຂອງ ອາເມລິກາ.
ບັນດາກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ຢືນຢັນວ່າ ລູກສອນໄຟນຳວິຖີ ແລະ ເຮືອບິນບໍ່ມີຄົນຂັບຂອງ ອີຣານ ໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງຕໍ່ບັນດາຖານທີ່ໝັ້ນຂອງ ອາເມລິກາ ຢູ່ ຈໍແດນ, ຄູເວດ ແລະ ບາເຣັນ. ຢູ່ ຄູເວດ, ບັນດາອາວຸດຂອງ ອີຣານ ໄດ້ບຸກໂຈມຕີຖືກສາງເກັບລູກປືນຈຳນວນໜຶ່ງໃນຖານທີ່ໝັ້ນກອງທັບອາກາດ Al-Salem ເຊິ່ງກອງທັບ ອາເມລິກາ ນຳໃຊ້. ຢູ່ ບາເຣັນ, IRGC ຖະແຫຼງບຸກໂຈມຕີຖານທີ່ໝັ້ນຕົ້ນຕໍຂອງກອງທັບເຮືອ 5, ກອງທັບເຮືອ ອາເມລິກາ; ຕີຖືກສາງເກັບເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ ແລະ ທຳລາຍສູນກ່ຽວກັບປັນຍາປະດິດ (AI) ຂອງ ບາເຣັນ.
ກຳລັງ ອາເມລິກາ ພ້ອມກັບບັນດາປະເທດກ່ຽວຂ້ອງລ້ວນແຕ່ຍັງບໍ່ທັນຍົກອອກຄຳວິຈານຕໍ່ແຫຼ່ງຂ່າວໂດຍ IRGC ປະກາດເທື່ອ.
