ທ່ານລັດຖະມົນຕີການແຕກຕ່າງປະເທດ ອີຣານ Mohammad Javad Zarif (ພາບ: Reuters/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ເມື່ອເດີນທາງໄປຮອດນະຄອນ ນິວຢອກ ປະເທດ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບການຮັກສາສັນຕິພາບ, ທ່ານລັດຖະມົນຕີການແຕກຕ່າງປະເທດ ອີຣານ Mohammad Javad Zarif ເນັ້ນໜັກວ່າ ອີຣານ ມີບັນດາວິທີການຕ່າງກັນ ຖ້າຫາກ ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ ແລະ ປະຕິກິລິຍາຈາກ ອີຣານ ພ້ອມກັບປະຊາຄົມສາກົນ ຈະ ບໍ່ຍິນຍອມຢ່າງງ່າຍດາຍສຳລັບຊາວ ອາເມລິກາ. ທ່ານ Zarif ກໍ່ຮຽກຮ້ອງບັນດາປະເທດ ເອີຣົບ ຄວນຮັບປະກັນຄວາມໝັ້ນຄົງໃຫ້ JCPOA ຖ້າຢາກຮັກສາຂໍ້ຕົກລົງດັ່ງກ່າວນີ້ໄວ້. ທ່ານ Zarif ຢືນຢັນວ່າ: ບັນດາຄວາມມານະພະຍາຍາມເຈລະຈາ JCPOA ຄືນໃໝ່ “ຈະບໍ່ໄດ້ຮັບຄຳຕອບຢ່າງຕັ້ງໜ້າ” ຈາກ ອີຣານ ແລະ Tehran ບໍ່ຜ່ອນສັ້ນຜ່ອນຍາວຢ່າງເດັດຂາດ.