ບ່ອນເສີມທາດຢູຣານຽມ ຕັ້ງຢູ່ຫ່າງຈາກນະຄອນຫຼວງ ເຕເຮຣານ 420 ກິໂລແມັດ (ພາບ: AFP/TTXVN) |
ວັນທີ 03 ກັນຍາ, ທ່ານ Behrouz Kamalvandi ໂຄສົກຂອງອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ ເຕເຮຣານ ອາດຈະເຊື່ອມຕໍ່ການເຄື່ອນໄຫວເສີມທາດຢູຣານຽມໃຫ້ຢູ່ລະດັບ 20% ພາຍໃນ 2 ວັນນີ້. ການເສີມທາດຢູຣານຽມໃຫ້ຢູ່ໃນລະດັບ 20% ໄດ້ຮັບຖືວ່າ ແມ່ນບາດກ້າວສໍາຄັນໃນການຮັບເອົາທາດຢູຣານຽມບໍລິສຸດຢູ່ລະດັບ 90%, ເຊິ່ງເປັນທາດທີ່ຈໍາເປັນເພື່ອຜະລິດລູກລະເບີດນິວເຄຼຍ.
ກ່ອນໜ້ານັ້ນ, ທ່ານ Ali Rabiei ໂຄສົກລັດຖະບານ ອີຣານ ໄດ້ກ່າວເຕືອນວ່າ ປະເທດນີ້ “ຈະມີບາດກ້າວເດີນຄັ້ງໃຫຍ່” ເກີນຂອບເຂດຂໍ້ຕົກລົງນິວເຄຼຍປະຫວັດສາດ, ເຊິ່ງມີຊື່ເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ທີ່ໄດ້ລົງນາມໃນປີ 2015 ກັບບັນດາປະເທດມະຫາອໍານາດ. ຖ້າຫາກຮອດກໍານົດເວລາສຸດທ້າຍແມ່ນວັນທີ 06 ກັນຍາ, ເອີຣົບຍັງບໍ່ສະເໜີໄດ້ບັນດາແບບວີທີໃໝ່ ເພື່ອໃຫ້ ອີຣານ ສົ່ງອອກນໍ້າມັນໃນສະພາບການທີ່ບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ພວມ “ບີບບັງຄັບ” ຂົງເຂດສົ່ງອອກແຖວໜ້າສໍາຄັນຂອງ ເຕເຮຣານ.

ບ່ອນເສີມທາດຢູຣານຽມ ຕັ້ງຢູ່ຫ່າງຈາກນະຄອນຫຼວງ ເຕເຮຣານ 420 ກິໂລແມັດ (ພາບ: AFP/TTXVN