ອີຣານ ໄດ້ “ຢຸດຕິທຸກຄຳໝັ້ນສັນຍາ ແລະ ໃນຕົວຈິງບໍ່ໄດ້ປະຕິບັດບັນດາຄຳໝັ້ນສັນຍາ” ຕາມຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ກັບ ອາເມລິກາ ກ່ອນນີ້ 1 ເດືອນ. ນີ້ແມ່ນຄຳຖະແຫຼງຂອງທ່ານ Kazem Gharibabadi, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໃນຊ່ອງໂທລະພາບແຫ່ງຊາດ ອີຣານ ໃນວັນທີ 18 ກໍລະກົດ.
ຝ່າຍ ອີຣານ ຖືວ່າ ອາເມລິກາ ມີບັນດາການກະທຳ “ເກາະຜິດ”, ລະເມີດບັນດາຄຳໝັ້ນສັນຍາຂອງຕົນ ໃນຂະນະທີ່ພວມດຳເນີນການເຈລະຈາ. ຕາມທ່ານຮອງລັດຖະມົນຕີ Kazem Gharibabadi ແລ້ວ, ປະຈຸບັນ, ວິວັດການເຈລະຈາທາງອ້ອມລະຫວ່າງ ອີຣານ ແລະ ອາເມລິກາ, ໂດຍ ກາຕາ ແລະ ປາກິດສະຖານ ເປັນກາງໄກເກ່ຍ ເກືອບຄືວ່າຕົກເຂົ້າສູ່ສະພາບບໍ່ມີທາງອອກ. ທ່ານຢຶນຢັນວ່າ ບຸລິມະສິດຂອງ ເຕເຮຣານ ໃນປະຈຸບັນແມ່ນປົກປັກຮັກສາປະເທດຊາດ ແລະ ຈະເດັດດຽວໂຕະຕອບທຸກການກະທຳເຊິ່ງ ອີຣານ ຖືວ່າແມ່ນເກາະຜິດຈາກຝ່າຍ ອາເມລິກາ.
ໃນຕົວຈິງ, ວັນທີ 18 ກໍລະກົດ, ອາເມລິກາ ໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງໃນຄ່ຳຄືນບຸກໂຈມຕີຢ່າງລ້ຽນຕິດເປັນມື້ທີ 8. ບັນດາການບຸກໂຈມຕີທາງອາກາດໃໝ່ເພື່ອເຮັດໃຫ້ຄວາມສາມາດຂອງ ອີຣານ ຖືກຫລຸດລົງ, ໃນການນາບຂູ່ກຳປັ່ນການຄ້າໄປຜ່ານຊ່ອງແຄບ Hormuz. ພ້ອມກັນນັ້ນ ແມ່ນໂຕະຕອບການບຸກໂຈມຕີຂອງກຳລັງ ກຳລັງພິທັກຮັກສາປະຕິວັດ ອິດສະລາມ ອີຣານ (IRGC) ໃນວັນທີ 18 ກໍລະກົດ.
