ໂຄສົກກະຊວງການຕ່າງປະເທດອີຣານ Bahram Qasemi

(ພາບ: AFP/TTXVN)

ໂຄສົກກະຊວງການຕ່າງປະເທດອີຣານ Bahram Qasemi ຢືນຢັນວ່າ, ອີຣານ ໄດ້ຖະແຫຼງເປັນຫຼາຍຄັ້ງແລ້ວກ່ຽວກັບໂຄງການລູກສອນໄຟຂອງປະເທດນີ້ພຽງແຕ່ເພື່ອແນໃສ່ຈຸດປະສົງປ້ອງກັນ, ສະນັ້ນ, ບັນຫາດັ່ງກ່າວອາດຈະບໍ່ຍົກອອກມາເຈລະຈາຈັກເທື່ອ. ຕາມໂຄສົກກະຊວງການຕ່າງປະເທດອີຣານ ແລ້ວ, ເລື່ອງພັດທະນາໂຄງການລູກສອນໄຟແມ່ນສິດຖືກຕາມກົດໝາຍຂອງອີຣານ ແລະ ເຕເຮຣານ ຈະຢຶດໝັ້ນເດີນຕາມການພັດທະນາໂຄງການດັ່ງກ່າວໃຫ້ເໝາະສົມກັບໂຄງການປ້ອງກັນຕາມຂໍ້ກຳນົດໃນສົນທິສັນຍາ ແລະ ຍຸດທະສາດຂອງປະເທດນີ້.