ທ່ານ ອາມີອັບດຸນລາຮີຢານ ລັດຖະມົນຕີການຕ່າງປະເທດອີຣານ

ເມື່ອເຕື້ອງເຖິງສະພາບການຢູ່ ເຢແມນ ທ່ານລັດຖະມົນຕີການຕ່າງປະເທດອີຣານໃຫ້ຮູ້ວ່າ ເຕເຮຣານໄດ້ສະເໜີ ຊາອຸດິອາຣັບເບຍ ຫຼາຍຄັ້ງກ່ຽວກັບການຢຸດການສູ້ຮົບຢູ່ ເຢແມນ. ທ່ານ ອັບດູລາ ຮີຢານໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງອີຣານແມ່ນຄັດຄ້ານສົງຄາມແລະຖືວ່າບໍ່ມີໃຜຈະໄດ້ຮັບຜົນປະໂຫຍດຂະນະທີ່ການປະທະກັນສືບຕໍ່ເກີດຂຶ້ນ.

ການພົວພັນລະຫວ່າງອີຣານ ແລະ ຊາອຸດິອາຣັບເບຍ ໄດ້ມີຄວາມເຄັ່ງຕຶງນັບຕັ້ງແຕ່ເດືອນມັງກອນປີ 2016 ພາຍຫຼັງທີ່ ຊາອຸດິອາຣັບເບຍ ໄດ້ຕັດສິນປະຫານຊີວິດນັກບວດຊາວມຸດສະລິມນິກາຍຊີອະ ນິມອານິມ. ຫຼັງຈາກນັ້ນມີກຸ່ມຄົນຊາວອີຣານໄດ້ເດີນຂະບວນປະທ້ວງບຸກໂຈມຕີສະຖານທູດ ຊາອຸດິອາຣັບເບຍ ປະຈຳເຕເຮຣານ ແລະ ສະຖານກົງສຸນ ຊາອຸດິອາຣັບເບຍປະຈຳ ມັດແຮັດ.

ເພື່ອເປັນການຕອບແທນ, ຣີອັດ ໄດ້ຕັດສາຍພົວພັນກັບກັບເຕເຮຣານ. ໃນສອງສາມເດືອນທີ່ຜ່ານມາ, ອີຣານແລະຊາອຸດິອາຣັບເບຍໄດ້ດຳເນີນບາງການເຈລະຈາໂດຍອີຣັກເປັນຄົນກາງໄກ່ເກ່ຍ.