ກອງທັບອາກາດອີຣັກໄດ້ບຸກໂຈມຕີທາງອາກາດແນໃສ່ຖານທີ່ໝັ້ນແຫ່ງໜຶ່ງຂອງທະຫານກະບົດຂຶ້ນກັບອົງການ “ລັດອິດສະລາມ”

(ພາບ: AFP/TTXVN)

ທ່ານນາຍົກລັດຖະມົນຕີອີຣັກ Haider Al Abadi ຢັ້ງຢືນວ່າ ອີຣັກຈະບໍ່ອະນຸຍາດໃຫ້ບັນດາພາກສ່ວນກໍ່ການຮ້າຍ IS ເຕົ້າໂຮມກັນຄືນໃໝ່ຢູ່ຊີຣີ ແລະ ເຂົາເຈົ້າກໍຈະບໍ່ສາມາດຊອກຫາບ່ອນເຄື່ອນໄຫວຢູ່ອີຣັກໄດ້. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີອີຣັກ Haider Al Abadi ຍັງຢັ້ງຢືນວ່າ ຈະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດບ້ານໃກ້ເຮືອນຄຽງຊີຣີແຕ່ຢ່າງໃດ.