|
ທ່ານ Ali Abdel Aal, ປະທານສະພາແຫ່ງຊາດ ອີຢິບ (ພາບ: sis.gov.eg) |
ຄຳເຫັນຂອງທ່ານ Abdel Aal ໄດ້ຍົກອອກມາທີ່ກອງປະຊຸມຄົບຄະນະຄັ້ງທຳອິດຂອງຫ້ອງວ່າການ PA –UfM ທີ່ສຳນັກງານສະພາແຫ່ງຊາດອີຢິບ ທີ່ ນະຄອນຫຼວງ ກາຍໂຣ, ເປັນຂີດໝາຍເລື່ອງ ອີຢິບ ເປັນປະທານໝູນວຽນ PA –UfM. ກອງປະຊຸມນີ້ມີການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາ ເອີລົບ (EP), ຜູ້ຕາງໜ້າສະພາແຫ່ງຊາດຕວກກີ ແລະ ອີຕາລີ ກໍ່ຄືຜູ້ນຳໜ້າບັນດາຄະນະກຳມະການຂອງ PA –UfM, ປຶກສາຫາລື ກ່ຽວກັບໂຄງການດຳເນີນງານໃນໄລຍະຈະມາເຖິງ ຂອງບັນດາກຳມາທິການກໍ່ຄືການສ້າງຕັ້ງບັນດາຄະນະເລຂາຂອງ PA –UfM ໃນໄລຍະຈະມາເຖິງ. ຕາມແຜນການແລ້ວ, ສຳນັກງານຂອງຄະນະເລຂາ PA –UfM ຈະສ້າງຕັ້ງຢູ່ Barcelona, ປະເທດ ແອດສະປາຍ.

