ການນຳ 25 ປະເທດ ອີຢູ ຂ່ຳນັບຮັບຕ້ອນ “ວັນແຫ່ງການປະຫວັດສາດ” ຊ່ວຍຟື້ນຟູພື້ນຖານດ້ານປ້ອງກັນຊາດຂອງ ເອີຣົບ. ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ທ່ານ Federica Mogherini ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງປະຫວັດສາດນີ້ ແລະ ຢືນຢັນວ່າ: ນີ້ແມ່ນເຫດການ ປະກອບສ່ວນນຳ ອີຢູ ກາຍເປັນເຂດຮັບປະກັບຄວາມໝັ້ນຄົງທີ່ໜ້າໄວ້ເນື້ອເຊື່ອໃນໃນໂລກ.

ໂຄງສ້າງການຮ່ວມມືປະຈຳການ (PESCO) ດ້ານການທະຫານ ໄດ້ຮັບການຖືວ່າ ແມ່ນຮູບແບບທີ່ບໍ່ເຄີຍມີມາກ່ອນ ດ້ວຍຈຸດໝາຍຊຸກຍູ້ການພັດທະນາບັນດາໂຄງການການທະຫານ ແລະ ກຳລັງຄວາມສາມາດດ້ານປ້ອງກັນຊາດຮ່ວມຂອງ ເອີຣົບ. ປັດຈຸບັນ, ພຽງແຕ່ມີ ອັງກິດ - ປະເທດໃກ້ຈະຖອນອອກຈາກ ອີຢູ, ແດນມາກ ແລະ Matlta ບໍ່ເຂົ້າຮ່ວມກົນໄກການຮ່ວມມືນີ້.