ເຫດບຸກໂຈມຕີໂຮງງານກັ່ນນ້ຳມັນຂອງ ອາຣັບບິ ຊະອຸດິ (ພາບ: AFP/TTXVN)

ທ່ານນາງ Federica Mogherini ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການທູດຂອງ ອີຢູ ຊີ້ແຈ້ງວ່າ: “ບັນດາເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ 2 ໂຮງງານກັ່ນນ້ຳມັນຢູ່ ອາຣັບບິ ຊະອຸດິ ໄດ້ກໍ່ໃຫ້ເກີດຄວາມສ່ຽງສຳລັບຄວາມໝັ້ນຄົງໃນພາກພື້ນ. ໃນສະພາບຄວາມເຄັ່ງຕຶງຢູ່ພາກພື້ນປີນຂັ້ນໄດ, ເຫດບຸກໂຈມຕີນີ້ ໄດ້ທຳລາຍຄວາມມານະພະຍາຍາມ ທີ່ພວມດຳເນີນກ່ຽວກັບການຫລຸດຜ່ອນຄວາມເຄັ່ງຕຶງ ແລະ ດຳເນີນການພົບປະເຈລະຈາ”. ທ່ານນາງໄດ້ຮຽກຮ້ອງໃຫ້ “ລະງັບໃຈຢ່າງສຸດຂີດ ແລະ ຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດ” ແຕ່ບໍ່ຍົກອອກລາຍລະອຽດ.