ກອງປະຊຸມໂດຍປະເທດ ອຽກລັງ, ເຊິ່ງເປັນປະເທດປະທານໝູນວຽນ ສະພາສະຫະພາບ ເອີລົບ ເປັນປະທານ. ການຕົກລົງໂຮມປະຊຸມດ່ວນໄດ້ຍົກອອກມາພາຍຫຼັງທີ່ 22 ປະເທດສະມາຊິກ ສົ່ງຈົດໝາຍຮຽກຮ້ອງໃຫ້ ອີຢູ ມີປະຕິກິລິຍາໂດຍດ່ວນຕໍ່ວິກິດການຄັ້ງນີ້.
ວົງການນັກສັງເກດໃຫ້ຂໍ້ສັງເກດວ່າ: ກອງປະຊຸມນີ້ຈະແມ່ນການທົດລອງ ທີ່ສຳຄັນສຳລັບຄວາມສາມາດ ສົມທົບກັນຂອງ ອີຢູ ໃນການແກ້ໄຂບັນຫາວິກິດການອົບພະຍົບ, ພ້ອມທັງອາດຈະສ້າງບັນດາ ມາຕະການລວມຂອງກຸ່ມກ່ຽວກັບການປົກປ້ອງເຂດຊາຍແດນ, ສົ່ງຄົນອົບພະຍົບບໍ່ມີເງື່ອນໄຂພັກເຊົາ ຄົບຖ້ວນ ກັບຄືນເມືອປະເທດ ແລະ ເພ່ື່ອທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມືຢູ່ ອາບຟຣີກາ ເໜືອ.
ການສະຖິຕິເບື້ອງຕົ້ນສະແດງໃຫ້ເຫັນວ່າ ວິກິດການຊາວອົບພະຍົບຢູ່ Ceuta ໄດ້ເຮັດໃຫ້ 90 ຄົນເສຍຊີວິດ. ປະຈຸບັນ, ກຳລັງເຈົ້າໜ້າທີ່ ແອັດສະປາຍ ແລະ ມາຣົກ ຍັງຄົງສືບຕໍ່ບັນດາການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ.
ນັກຂ່າວ VOV ປະຈຳ ຝລັ່ງ
