(ພາບ: REUTERS/Yves Herman)
ວັນທີ 16 ກັນຍາ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (EC) ໄດ້ສະເໜີຫຼາຍຂໍ້ລິເລີ່ມ ເພື່ອແນໃສ່ເພີ່ມທະວີຄວາມສາມາດດ້ານຄວາມໝັ້ນຄົງ, dkoຄວບຄຸມຄວາມສ່ຽງຈາກປັນຍາປະດິດ (AI) ແລະ ປົກປ້ອງເດັກນ້ອຍທາງໄຊເບີ.
ກ່າວຄຳເຫັນຢູ່ລັດຖະສະພາ ເອີລົບ ທີ່ Strasbourg, ປະເທດຝຣັ່ງ, ທ່ານນາງ von der Leyen ຖືວ່າ ເອີລົບ ຕ້ອງການກົນໄກທີ່ຄ້າຍຄືກັນກັບອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອສົມທົບກັນຮັບມືກັບບັນດາການແຊກແຊງດ້ວຍເຮືອບິນບໍ່ມີຄົນຂັບ (UAV), ການທຳລາຍ ແລະ ການໂຈມຕີທາງໄຊເບີ. ກ່ຽວກັບ AI, ປະທານ EC ໄດ້ຮຽກຮ້ອງໃຫ້ມີການຄວບຄຸມລະດັບການພັດທະນາຮູບແບບ AI ທີ່ກ້າວໜ້າທີ່ສຸດ, ຍ້ອນວ່າຄວາມສາມາດທີ່ນັບມື້ນັບເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ອາດຈະສ້າງຄວາມສ່ຽງທີ່ບໍ່ເຄີຍມີມາກ່ອນ.
ກ່ຽວກັບການອົບພະຍົບ, ປະທານ EC ໃຫ້ຮູ້ວ່າ EU ຈະສະເໜີກົນໄກການຮັບມືກັບສະພາບການສຸກເສີນ ເອີລົບ ເພື່ອຊ່ວຍບັນດາປະເທດສະມາຊິກ ແກ້ໄຂບັນດາກະແສອົບພະຍົບທີ່ມີຂອບຂະໜາດໃຫຍ່.
ກ່ຽວກັບການປົກປ້ອງເດັກນ້ອຍທາງໄຊເບີ, ທ່ານນາງ von der Leyen ໄດ້ສະເໜີໃຫ້ຫ້າມເດັກນ້ອຍອາຍຸຕ່ຳກວ່າ 13 ປີນຳໃຊ້ສື່ສັງຄົມ, ໃນຂະນະທີ່ ເດັກນ້ອຍມີອາຍຸ 13 ຫາຕ່ຳກວ່າ 15 ປີຈະພຽງແຕ່ໄດ້ນຳໃຊ້ບັນດາບັນຊີທີ່ຖືກຈຳກັດໂດຍພໍ່ແມ່ຂອງເຂົາເຈົ້າສ້າງ ແລະ ຕິດຕາມເທົ່ານັ້ນ.
