(ພາບ: REUTERS/Alina Smutko)
ວັນທີ 15 ກໍລະກົດ, ສະຫະພາບເອີລົບ (ອີຢູ) ແລະ ຢູແກຼນ ໄດ້ເຊັນໃນຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືອຸດສາຫະກຳປ້ອງກັນຊາດທີ່ມີມູນຄ່າ 10 ຕື້ເອີໂລ, ສ້າງຂີດໝາຍໃໝ່ໃນການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ 2 ຝ່າຍ ໃນສະພາບການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຫຼຸດລົງ.
ພ້ອມກັບເລື່ອງປະກາດບ້ວງເງິນໜູນຊ່ວຍດ້ານການທະຫານໃໝ່ທີ່ມີມູນຄ່າ 10 ຕື້ເອີໂລ, ອີຢູ ແລະ ຢູແກຼນ ກໍ່ເຫັນດີຊຸກຍູ້ການຜະລິດລວມບັນດາລະບົບເຮືອບິນບໍ່ມີຄົນຂັບ ແລະ ເປີດກວ້າງໄປສູ່ການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ. ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ຕີລາຄາວ່າ ນີ້ແມ່ນ “ບາດກ້າວປະຫວັດສາດ” ໃນການພົວພັນລະຫວ່າງ ຢູແກຼນ ແລະ ອີຢູ, ພ້ອມກັນນັ້ນກໍ່ຢືນຢັນວ່າ ກີແອັບ ປາດຖະໜາຢາກພັດທະນາກຳລັງຄວາມສາມາດການຜະລິດດ້ານປ້ອງກັນຊາດພ້ອມກັບບັນດາຄູ່ຮ່ວມມື ເອີລົບ.
ໄປຄຽງຄູ່ກັບການຮ່ວມມືດ້ານປ້ອງກັນຊາດ, ຢູແກຼນ ກໍ່ສືບຕໍ່ຊຸກຍູ້ວິວັດທະນາການເຂົ້າເປັນສະມາຊິກ ອີຢູ ພາຍຫຼັງເປີດການເຈລະຈາຢ່າງເປັນທາງການໃນປີ 2024.
ໃນວັນດຽວກັນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ ແລະ ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໄດ້ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງທີ່ມີລັກສະນະບາດລ້ຽວກ່ຽວກັບການຮ່ວມມືຜະລິດເຮືອບິນບໍ່ມີຄົນຂັບ (UAV). ບາດກ້າວນີ້ໄດ້ເປີດພາກໃໝ່ໃນການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງ 2 ຝ່າຍ, ແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນຕົວຕໍ່ໜ້າບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ນັບມື້ນັບເພີ່ມຂຶ້ນ.
