|
(ພາບປະກອບ: EPA/TTXVN) |
ບັນດາການເຈລະຈາກ່ຽວກັບອະນາຄົດຂອງການພົວພັນດ້ານການຄ້າລະຫວ່າງອັງກິດ ແລະ ອີຢູ ອາດຈະຖືກໂຈະໄວ້ ຍ້ອນທັດສະນະບໍ່ກະຈາງແຈ້ງຈາກຝ່າຍອັງກິດ ກ່ຽວກັບບັນຫາຊຳລະດ້ານການເງິນ. ທ່ານ Barnier ໃຫ້ຮູ້ວ່າ, ບັນດາການເຈລະຈາກ່ຽວກັບເງື່ອນໄຂຂອງ “ການຖອນອອກ” ເພື່ອບັນລຸໄດ້ຄວາມກ້າວໜ້າຢ່າງຄົບຖ້ວນໃນເດືອນ ຕຸລາ ນັ້ນ ຍາກທີ່ຈະບັນລຸໄດ້ ແລະ ບັນດາການເຈລະຈາກ່ຽວກັບການພົວພັນໃນອະນາຄົດລະຫວ່າງອີຢູ ແລະ ອັງກິດ ອາດຈະຖືກໂຈະໄວ້ໃນເດືອນ ທັນວາ. ຄຽງຂ້າງນັ້ນ, ແຜນການເຈລະຈາກໍ່ຍາກທີ່ຈະ ຮັບປະກັນໄດ້, ຍ້ອນວ່າບໍ່ທັນມີບາດກ້າວໃດໆສະແດງໃຫ້ເຫັນວ່າ ອາດສາມາດແກ້ໄຂບັນຫາການເງິນຂອງອັງກິດ ໄດ້, ເຊິ່ງຕາມການຄິດໄລ່ຂອງ ອີຢູ ເຄີຍຄິດໄລ່ປະມານແຕ່ 60 ຫາ 100 ຕື້ຶ້ ເອີໂລ.

